ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ໃຊ້​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ​ ຂອງ​ທະວີບອາຊີ​ເພີ່ມ​ຂຶ້ນ​ສູງ​ເປັນ​ປະຫວັດສາດ

     ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ: ໃນ​ປີ 2023 ທີ່​ຜ່ານ​ມາ, ອັດຕາ​ລາຍ​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ ຂອງ​ທະວີບອາຊີ​ໄດ້​ເພີ່ມ​ຂຶ້ນ
​ສູ່​ຈຸດ​ສູງ​ສຸດ​ເປັນ​ປະຫວັດສາດ​ປະມານ 510 ຕື້​ໂດ​ລາ​ສະຫະລັດ ເພີ່ມ​ຂຶ້ນ 4,6%ເມື່ອ​ທຽບໃສ່​ປີຜ່ານມາ. ເດືອນ​ ມີນາ​ ປີ 2023, ​ສປ ຈີນ
ໄດ້​ເປີດເຜີຍ​ງົບປະມານ​ດ້ານ​ການ​ທະຫານ​ລວມ​ມູນ​ຄ່າ 1,550 ຕື້​ຢວນ ຫຼື ປະມານ 219,5 ຕື​ໂດ​ລາ ເພີ່ມ​ຂຶ້ນ 7,2% ເມື່ອ​ທຽບໃສ່​ປີຜ່ານ
ມາ ແລະ ຖື​ເປັນ​ປີ​ທີ 29 ຕິດຕໍ່​ກັນ​ທີ່​ຈີນ​ມີ​ລາຍ​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ​ເພີ່ມ​ຂຶ້ນ.

     ເນື່ອງ​ຈາກ​ງົບປະມານ​ໃຊ້​ຈ່າຍ​ທາງ​ການ​ທະຫານ​ຂອງ​ຈີນ ​ສູງ​ກວ່າ​ທຸກ​ປະເທດ​ໃນ​ທະວີບອາຊີ​ຈຶ່ງ​ເຮັດ​ໃຫ້​ບັນດາ​ນັກ​ວິເຄາະ​ແຖວ​ໜ້າ​ຂອງ
​ໂລກ ຄາດ​ຄະເນ​ວ່າ​ໃນ​ປີ 2023 ຈີນ​ ໄດ້​ກວມ​ເອົາ 43% ຂອງ​ເປີ​ເຊັ່ນ​ທັງ​ໝົດ​ໃນ​ການ​ໃຊ້​ຈ່າຍ​ດ້ານ​ວຽກ​ງານ​ການ​ທະຫານ​ຂອງ​ທະວີບອາຊີ.
ໃນ​ເດືອນ ​ພະຈິກ 2022, ຍີ່ປຸ່ນ​ໄດ້​ເປີດເຜີຍ​ແຜນການ​ວ່າ​ຈະ​ເພີ່ມ​ການ​ໃຊ້​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ
​ປະເທດ​ຂຶ້ນ​ເປັນ 2% ຂອງ GDP ໃນ​ປີ 2027, ເພີ່ມ​ຂຶ້ນ​ສອງ​ເທົ່າ​ເມື່ອ​ທຽບໃສ່​ການ​ໃຊ້​ຈ່າຍ​ປົກກະຕິ​ດ້ານ​ວຽກ​ງານ​ດັ່ງກ່າວ. ໜຶ່ງ​ເດືອນ​ຕໍ່​
ມາ, ຍີ່ປຸ່ນ​ໄດ້​ອອກ​ມາ​ຖະແຫຼງການ​ວ່າ, ປະເທດ​ຂອງ​ພວກ​ເຂົາ ແລະ ທົ່ວ​ໂລກ​ກຳລັງ​ປະ​ເຊີນ​ກັບ "ສະພາບ​ແວດ​ລ້ອມ​ດ້ານ​ຄວາມ​ປອດ​ໄພ​ທີ່​
ຮ້າຍ​ແຮງ ແລະ ສັບ​ສົນ​ທີ່​ສຸດ" ນັບ​ຕັ້ງແຕ່​ປີ 1945 ເປັນຕົ້ນ​ມາ. ນີ້​ຖື​ເປັນ​ສາເຫດຕົ້ນຕໍ​ໃນ​ແຜນການ​ເພີ່ມ​ການ​ໃຊ້​ຈ່າຍ​ທາງ​ທະຫານ​ຂອງ​ປະ
ເທດ ແລະ ນຳໄປ​ສູ່​ການ​ເພີ່ມ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ຊາດ​ໃນ​ປີ 2023 ຂອງ​ຍີ່ປຸ່ນ ໂດຍ​ປະເທດ​ໄດ້​ສຸມ​ໃສ່​ເພີ່ມ​ທະວີ​ດ້ານ​ວຽກ​ງານ​ປ້ອງ​
ກັນ​ອາກາດ ແລະ ອື່ນໆ​ເປັນຕົ້ນ.​ ສປປ. ເກົາຫຼີ ກໍ​ໄດ້​ເພີ່ມ​ງົບປະມານ​ດ້ານ​ວຽກ​ງານ​ປ້ອງ​ກັນ​ເຊັ່ນ​ດຽວ​ກັນ ໂດຍ​ກະຊວງ​ປ້ອງ​ກັນ​ປະເທດ ​ສະ
ເໜີ​ງົບປະມານ 348,700 ຕື້​ວອນ​ເພື່ອ​ປັບປຸງ ແລະ ຍົກ​ລະດັບ​ວຽກ​ງານ​ປ້ອງ​ຊາດ ເປັນຕົ້ນ​ແມ່ນ​ການ​ຍົກ​ລະ ດັບ​ກຳລັງ​ປະກອບ​ອາວຸດ ແລະ
ຊື້​ອຸປະກອນ​ທາງ​ການ​ທະຫານ​ອື່ນໆ. ຂະນະ​ດຽວ​ກັນ, ອິນ​ເດຍ​ ກໍ​ໄດ້​ເພີ່ມ​ງົບປະມານ​ທາງ​ດ້ານ​ການ​ທະຫານ​ຂຶ້ນ​ປະມານ 1,5% ເມື່ອ​ທຽບໃສ່​
ງົບປະມານ​ຂອງ​ປີຜ່ານມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2024